The Beauty Laos

The Beauty Laos

Share

Contact information, map and directions, contact form, opening hours, services, ratings, photos, videos and announcements from The Beauty Laos, Vientiane.

08/02/2019

ໃສ່ເກີບສົ້ນສູງແນວໃດບໍ່ໃຫ້ກັດຕີນ

ສາວໆ​ຄົນໃດກໍ່ມັກ “​ເກີບສົ້ນ​ສູງ” ກັນ​ທັງ​ນັ້ນ ເພາະ​ວ່າ​ເຮັດໃຫ້​ເຮົາ​ເບິ່ງສູງງາມ ສະ​ຫງ່າ ຫຸ່ນ​ພຽວ​ຂຶ້ນ​ໄດ້​ແຕ່​​ເກີບ​ສົ້ນ​ສູງ​ຄູ່​ງາມກໍ​ຈະຫາຄູ່ທີ່ໃສ່​ສະບາຍ​ຍາກ​ແສງຍາກມື້​ນີ້ລາວໂພສ ຈຶ່ງ​ເອົາ​ເຄັດ​ລັບການ​ໃສ່​ສົ້ນ​ສູງ​ຄູ່​ງາມ​ບໍ່​ໃຫ້​ກັດ​ຕີນມາ​ຝາກ​ກັນ​

1.ວາດສະ​ລີນ ຊ່ວຍ​ໄດ້ ວາດສະ​ລີນ​ປິ​ໂຕ​ລ່ຽມ​ເຈນສາລະພັດ​ປະໂຫຍດ​ທີ່​ເຮົາ​ໃຊ້​ທາຕັ້ງ​ແຕ່​ຮີມສົບ,ແຂນສອກ, ນີ້​ແຫລະ​ລອງ​ເອົາ​ມາ​ທາ​ບໍລິເວນ​ບ່ອນທີ່ເກີບກັດຈະເຮັດໃຫ້ມັນມື່ນ​ຂຶ້ນແລະ​ລຸດ​ການ​ຮຸກຖູ​ກັບ​ຜິວ​ຕີນ​ເຮົາ​ໄດ້​

2.ແນວຕິດສົ້ນເກີບ ບາງ​ທີ​ການ​ທີ່​ເກີບກັດ​ກໍ​ບໍ່​ໄດ້​ມາ​ຈາກ​ເກີບ​ຂອບ​ແຂງ​ສະເໝີ​ໄປ​ອາດຈະ​ມາ​ຈາກ​ການ​ເກີບບໍພໍດີກັບຕີນເຊັ່ນ​ເຮົາ​ໃສ່​ເບີ 37 ຫລວມ​ໄປ ແຕ່​ເບີ 36 ກໍ​ແໜ້ນ​ໄປ ແຜ່ນ​ເສີມ​ຮອງ​ຕີນ​ຈະ​ຊ່ວຍ​ໃຫ້​ເກີບ​ພໍ​ດີ​ຂຶ້ນແລະ​ບໍ່​ກັດ​

3.ທຽນ​ໄຂ ໃນ​ກໍລະນີ​ທີ່​ເກີບ​ກັດ​ຕີນກໍ່ເພາະ​ວ່າ​ຂອບ​ຂອງ​ເກີບ​ແຂງ​ໄປ​ໃຫ້​ສາວໆ​ເອົາ​ທຽນ​ໄຂ​ມາ​ຖູໆບໍລິເວນ​ຂອບຈະ​ຊ່ວຍ​ໃຫ້​ມື່ນຂຶ້ນ​ແລະ​ລຸດ​ການ​ຮຸກຖູ​ໄດ້

08/02/2019

แซ่บหลาย

08/02/2019

ທາລິບສະ​ຕິກ​ທົນ​ດົນ​ເປັນມື້

ເວລາທາ​ລິ​ປສະ​ຕິກ​ສີ​ສົດໆແບບ​ງາມ​ແຕ່​ພໍ​ອອກ​ໄປ​ກິນ​ກາ​ແຟ​ຂ້າງ​ນອກ​ກໍ​ກາຍ​ເປັນ​ວ່າ​ສີ​ລິ​ບສະ​ຕິກ​ເທິງ​ປາກ​ເປື້ອນໄປ​ຕິດ​ຂອບ​ແກ້ວ​​ໝົດເຮັດໃຫ້​ຕ້ອງ​ຄອຍຖ້າ​ຈັບ​ລິ​ປສະ​ຕິກ​ອອກ​ມາ​ເຕີມ​ທຸກ​ທີ​ໄປ ຊຶ່ງ​ບາງ​ທີ​ສາວໆກໍ​ບໍ່​ຢາກ​ຈະ​ພົກພາລິບສະ​ຕິກ​ໃສ່​ກະ​ເປົ໋າ​ມາ​ໃຫ້​ເກະ​ກະ​ແຕ່​ຕໍ່ໄປ​ນີ້​ບໍ່​ຕ້ອງ​ກັງ​ວົນ​ວ່າ​ລິບ​ຈະ​ຫລຸດ​ລອກ​ລະຫວ່າງ​ມື້​ແລ້ວແລະ​ບໍ່ແມ່ນ​ຈະ​ແນະ​ນຳ​ໃຫ້​ໄປ​ຊື້​ລິ​ປສະ​ຕິກ​ທີ່​ມີ​ຄຸນສົມບັດ​ຕິດ​ທົນ​ດົນ ເພາະ​​ເຈົ້າ​ທາ​ປາກ​ດ້ວຍ 8 ສະ​ເຕັບ​ນີ້ຮັບຮອງ​ປາກ​ສີ​ແຈ່ມ​ໝົດມື້

1.ເລີ່ມ​ລະບາຍ​ຣິມ​ສົບ​ໃຫ້​ທົ່ວ​ດ້ວຍ​ລິ​ບມັນ(ບໍ່ແມ່ນ​ເນື້ອ​ກອດ)ລໍ​​​ໃຫ້​ແຫ້ງແລ້ວ​ທາ​ທັບ​ອີກ​ເທື່ອ
2.ໃຊ້​ລິບ​ໄລ​ເນີ​ສີ​ທີ່​ແມດກັບ​ລິບ​ມາແຕ້ມ​ຂອບ​ປາກແຕ່​ຖ້າ​ບໍ່​ມີ​ລິບ​ໄລ​ເນີ​ກໍ​ໃຊ້​ແປງ​ທາປາກ​ປາດ​ລິ​ປ ສະ​ຕິກ​ມາ​ແຕ້ມ​ຂອບ​ປາກ​ກໍ​ໄດ້
3. ນຳ​ລິບ​ໄລ​ເນີ​ມາແຕ້ມ​ໃຫ້​ທົ່ວ​ລິມ​ຝີ​ປາກ

4 ຈັບເຈ້ຍ​ອານາໄມ​​ມາ​ພັບ​ເຄຶ່ງແລ້ວ​ກົດ​ຊັບ​ລົງ​ໄປ​ເທິງ​ຮີມສົບ
5 ປັດ​ແປ້ງ​ຝຸ່ນ​ທັບ​ລົງ​ໄປ​ເທິງ​ຮີມສົບປັດ​ລົງ​ໄປ​ກົງໆກັບ​ຮິມສົບ​​

6ແຕ້ມລິບ​ໄລ​ເນີ​ແລະ​ລິ​ປສະ​ຕິກ​ອີກ​ເທື່ອ
7.ຊັບ​ດ້ວຍ​ເຈ້ຍອານາໄມ​ອີກ​ເທື່ອ

8 ອອກຈາກ​ເຮືອນ​ພ້ອມ​ປາກ​ສີ​ແຈ່ມ​ທີ່​ຈະ​ບໍ່​ຫລຸດ​ລອກ​ອອກ​ໄປ​ລະຫວ່າງ​ມື້​ແນ່ນອນ
ແຕ່​ລະ​ຂັ້ນ​ຕອນ​ອາດຈະ​ໃຊ້​ເວລາແນ່ແຕ່​ສາວໆຕ້ອງ​ໃຈ​ເຢັນ​ແລະ​ຄ່ອຍ​ໆເຮັດ​ໄປ​ທີ່​ລະ​ສະ​ເຕັບ​ຮັບຮອງ​ວ່າ​ຜົນ​ລັບ​ຈະ​ເຮັດໃຫ້​ເຈົ້າ​ພໍ​ໃຈ​ສຸດໆເພາະ​ປາກ​ຈະ​ງາມ​ແຈ່ມ​ໄປ​ທັງ​ມື້​ໂດຍ​ບໍ່​ຕ້ອງ​ເຕີມ​ເລີຍ​ແຫລະ

07/02/2019

ຜັກຕຳນິນເສີມຄວາມງາມ ສູດດີໆທີ່ໜ້າລອງ

ສຳລັບ​ສາວໆ​ທີ່​ກຳລັງ​ຊອກ​ຫາ​ວິທີ​ປົວ​ສິວ​ອັກ​ເສບ, ສິວ​ໜອງ, ສິວ​ເກືອ, ຝ້າ​ຈ່າງ, ລວມ​ໄປ​ເຖິງ​ຮອຍ​ຮ່ຽວເທິງໃບໜ້າ ວັນນີ້ເຮົາມີເຄັດລັບດີໆມາແນະນຳ ສູດຄວາມງາມດ້ວຍຜັກຕຳນິນ ນີ້ເປັນອີກໜຶ່ງສູດທີ່ໃຊ້ແລ້ວເຫັນຜົນ

ວີທີເຮັດ: ນຳຜັກຕຳນິນທີ່ໄປຊື້ມາຈາກຕະຫຼາດ (ຖ້າໄປຊື້ຢູ່ຕະຫຼາດ) 1 ມັດ ແຕ່ໃຊ້ພຽງເຄິ່ງມັດກໍ່ພໍ ຈາກນັ້ນກໍ່ນຳມາລ້າງໃຫ້ສະອາດ ເດັດເອົາແຕ່ໃບບໍ່ເອົາກ່າງມັນ ແລ້ວເອົາໃບຕຳນິນທີ່ໄດ້ມາບົດໃຫ້ລະອຽດດີ ຈາກນັ້ນກໍ່ໃສ່ນ້ຳເຜິ້ງໃນປະລິມານ 2 ບ່ວງແກງ ແລ້ວປັ່ນທັງສອງໃຫ້ເຂົ້າເປັນເນື້ອດຽວກັນ

ວິທີໃຊ້: ນ້ຳມາຜອກໜ້າ ແລ້ວປະໄວ້ 30 ນາທີ ຈິ່ງຄ່ອຍລ້າງອອກດ້ວຍນ້ຳສະອາດ ເຮັດພຽງອາທິດລະ 2 ເທື່ອ ເຮັດເປັນປະຈຳ ຮັບຮອງເລີຍວ່າທ່ານຈະໄດ້ຜົນຮັບທີ່ໜ້າພໍໃຈ
ສູດນີ້ນອກຈາກຈະເຮັດໃຫ້ທ່ານງາມໄດ້ແທ້ແລ້ວ ຍັງບໍ່ເສຍເງິນຫຼາຍ ແລະ ບໍ່ສ່ຽງຕໍ່ສານເຄມີອີກດ້ວຍ

07/02/2019

11 ສັບພະຄຸນທາງຢາ ຂອງຫົວຫອມບົ່ວໃຫຍ່

ຫົວຫອມບົ່ວໃຫຍ່ ມີປະໂຫຍດຫຼາຍຕໍ່ຮ່າງກາຍຂອງຄົນເຮົາ ແລະມີສັບພະຄຸນໃນການຊ່ວຍຕ້ານພະຍາດ ທັງຊ່ວຍປົກປ້ອງ ແລະປິ່ນປົວພະຍາດຮ້າຍແຮງຕ່າງໆໄດ້ຫຼາຍຊະນິດ ເຊິ່ງພົບໄດ້ວ່າຫົວຫອມບົ່ວໃຫຍ່ອຸດົມດ້ວຍວິຕາມິນ ແຮ່ທາດ ແລະສານອາຫານທີ່ມີປະໂຫຍດຕໍ່ຮ່າງກາຍຂອງເຮົາ

1. ຊ່ວຍຫຼຸດການອຸດຕັນໄຂມັນໃນເສັ້ນເລືອດ
2. ຫຼຸດຄໍເລດເຕີຣໍໃນເສັ້ນເລືອດ
3. ຊ່ວຍເພີ່ມຄໍເລດເຕີຣໍຊະນິດທີ່ດີມີປະໂຫຍດກັບຮ່າງກາຍ
4. ຊ່ວຍເຮັດໜ້າທີ່ປ້ອງກັນພະຍາດຫຼອດເລືອດຫົວໃຈອຸດຕັນ

5. ຊ່ວຍຢັບຢັ້ງການກໍ່ຕົວຂອງເຊວມະເຮັງ
6. ເອົາຫົວຫອມບົ່ວປະສົມກັບເຫຼົ້າໜ້ອຍໜຶ່ງ ແລ້ວຕຳພອກຫຼຸດການອັກເສບອາການບວມໄດ້
7. ຫຼຸດການທ້ອງອືດ, ຊ່ວຍຂັບແມ່ທ້ອງ
8. ຊ່ວຍຂັບຂີ້ກະເທິ ແລະຫຼຸດອາການເຈັບປວດການອັກເສບ

9. ເຮັດໃຫ້ຮູ້ສຶກຜ່ອນຄາຍ ແລະເຮັດໃຫ້ຢາກນອນ
10. ມີລິດຂ້າເຊື້ອພະຍາດ ແລະເຮັດໃຫ້ໄຂ້ຫວັດດີໄວຂຶ້ນ
11. ຊ່ວຍໃຫ້ນອນຫຼັບດີ ແລະປ້ອງກັນພະຍາດຄວາມດັນເລືອດສູງ
ເມື່ອເຮົາຮູ້ສັບພະຄຸນແບບນີ້ແລ້ວ ເວລາເຮັດອາຫານກໍຢ່າລືມໃສ່ຫົວຫອມບົ່ວໃຫຍ່ປະກອບນຳ ຈະເຮັດໃຫ້ອາຫານແຊບ ມີປະໂຫຍດຕໍ່ສຸຂະພາບອີກດ້ວຍ

06/02/2019
06/02/2019

เฟิร์ม กระชับ แข็งแรง เริ่มวันนี้

05/02/2019

ຄົນມັກດື່ມນ້ຳເຢັນຕ້ອງຮູ້ໄວ້ ເພີ່ມຄວາມສ່ຽງຕໍ່ການເປັນນິ້ວໄຂ່ຫຼັງແທ້ບໍ່?

ນິ້ວໄຂ່ຫຼັງເກີດຈາກຫຍັງ ຄົນທີ່ດື່ມນ້ຳເຢັນ ດື່ມນ້ຳນ້ອຍ ເຮັດໃຫ້ເປັນນິ່ວໄຂ່ຫຼັງແທ້ບໍ?
ພໍເຫັນສັງຄົມອອນລາຍແຊພາບກ້ອນນິ້ວຈຳນວນຫຼາຍໃນໝາກໄຂຫຼັງຜູ້ປ່ວຍທ່ານໜຶ່ງໂດຍມີຂໍ້ຄວາມລະບຸວ່າ ມັນຄືນິ່ວໄຂ່ຫຼັງ ການຈາກການກິນນ້ຳໜ້ອຍເກີນໄປຫຼືດື່ມນ້ຳເຢັນຢູ່ເລື້ອຍໆ ພວກແຮ່ທາດຕ່າງໆເລີຍເຂົ້າມາລວມກັນຈົນເປັນຫີນໃນຮູບແບບຕ່າງໆ

ພາບນີ້ເຮັດໃຫ້ຫຼາຍຄົນສົງໄສວ່າການກິນນ້ຳໝ້ອຍຫຼືການກິນນ້ຳເຢັນເລື້ອຍໆມີໂອກາດເປັນນິ້ວຫຼືບໍ່?ມື້ນີ້ເຮົາມີຂໍ້ມູນດີໆມາຝາກກັນ
ດື່ມນ້ຳໜ້ອຍມີຄວາມສ່ຽງເປັນນິ່ວແທ້ຫຼືບໍ່?
ເລືຶອງນີ້ເປັນເລຶຶ່ອງຈິງໂດຍທ່ານໝໍ ມະນິນ ອັດສະຈິນຈິດ ຊ່ຽວຊານດ້ານລະບົບປັດສະວະ ໂຮງໝໍຈຸລາລົງກອນ ກ່າວວ່າ ຄົນທີ່ດື່ມນ້ຳໜ້ອຍຈະເຮັດໃຫ້ສານກໍ່ໃຫ້ເກີດນິ່ວ ມີຄວາມເຂັ້ມສູງໃນປັດສະວະ ສຸດທ້າຍຈະເກີດການຈັບຕົວຈະຕົກພຶກກາຍເປັນກ້ອນນິ້ວມາໄດ້

ດື່ມນ້ຳເຢັນຈັດຫຼາຍໆ ກໍ່ສ່ຽງເກີດນິ້ວໃນໝາກໄຂ່ຫຼັງແມ່ນບໍ່?
ການດຶ່ມນ້ຳເຢັນຈັດບໍ່ໄດ້ເພີ່ມຄວາມສ່ຽງຕໍ່ການເປັນນິ່ວໄຂ່ຫຼັງເຊິ່ງຄວາມຈິງແລ້ວນິ່ວທີ່ເກີດມີຫຼາຍສາເຫດຫຼັກປ້ອງກັນເບື້ອງຕົ້ນຄືດື່ມນ້ຳສະອາດໃຫ້ພຽງພໍໃນແຕ່ລະມື້ ຖ້າມີການຕິດເຊື້ອທາງປັດສະວະຄວນຮັກສາຢ່າປ່ອຍໃຫ້ເປັນຊ້ຳເຮື້ອບໍ່ຄວນກິນເຄື່ອງໃນສັດຫຼືໜໍ່ໄມ້ຫຼາຍເກີນໄປ

ແລ້ວນິ່ວໃນໝາກໄຂ່ຫຼັງເກີດຂື້ນໄດ້ແນວໃດ?
ນິ່ວໃນໝາກໄຂ່ຫຼັງເປັນກ້ອນເປັນພຶກຂະໜາດນ້ອຍ ປະກອບດ້ວຍຫີນປູນ(ແຄວຊ້ຽມ)ກັບສານເຄມີອື່ນໆເຊັ່ນ ອອກຊາເລດເປັນຕົ້ນ ຫຼືບາງຄົນອາດຈະມີຂະໜາດໃຫ່ຍທີ່ເກີດຈາກສານຕົກຄ້າງຕ່າງໆ ທັງສານອາຫານທີ່ເຮົາກິນເຂົ້າໄປຫຼືກົດບາງຊະນິດທີ່ຮ່າງກາຍເຮົາຂັບຖ່າຍອອກບໍ່ໝົດເຊັ່ນ ກົດຍູຣິກ ໂດຍກ້ອນນິ່ວນີ້ບໍ່ໄດ້ສ້າງຄວາມເຈັບປວດເທົ່ານັ້ນ ແຕ່ຍັງເພີ່ມອັດຕາຄວາມສ່ຽງໃນການເປັນໂລກໝາກໄຂ່ຫຼັງນຳອີກ

ສາເຫດທີ່ກໍ່ໃຫ້ເກີດນິ່ວມີຫຼາຍປະການເຊັ່ນເກີດຈາກການເສຍສົມດຸນຂອງສານທີ່ເຮັດໃຫ້ເກີດນິ່ວກັບສານຍັບຢັ້ງນິວ ທີ່ປົກກະຕິຈະຂັບຖ່າຍອອກໄປທາງປັດສະວະ ແຕ່ຖ້າຫາກມີສານກໍ່ໃຫ້ເກີດນິ່ວອອກມາກັບປັດສະວະຫຼາຍຜິດປົກກະຕິກໍ່ຈະເກີດເປັນຕະກອນ ເມື່ອສະສົມຫຼາຍໆກໍ່ຈະກໍ່ໃຫ້ເກີດເປັນນິ່ວໄດ້
ນອກຈາກນີ້ຍັງມີຂໍ້ມູນວ່າການກິນອາຫານບາງຊະນິດເຊັ່ນແຄວຊ້ຽວຫຼືອອກຊາເລດຫຼາຍເກີດໄປກໍ່ອາດພາໃຫ້ເກີດເປັນນິ່ວໄດ້

05/02/2019

มีอะไรบ้าง?

05/02/2019

ຫມາກ­ເດືອຍ ເມັດນ້ອຍໆແຕ່ຄຸນປະ­ໂຫຍດເຫລືອຫລາຍ

ຫລາຍຄົນຄົງຈະຮູ້­ຈັກຫມາກ­ເດືອຍທີ່ມີລັກສະນະເປັນເມັດນ້ອຍໆ ແຂງໆ ລຳ­ຕົ້ນມີສີ­ຂຽວຄ້າຍ­ຄືກັບຕົ້ນຫມາກ­ສາ­ລີ ແຕ່ເຖິງວ່າຈະມີຂະ­ຫນາດນ້ອຍແຕ່ຫມາກ­ເດືອຍກັບໃຫ້ຄຸນປະ­ໂຫຍດອັນ ຫລວງຫລາຍບໍ່ວ່າ:

1. ເປັນຢາເຢັນ
2. ຊ່ວຍບຳ­ລຸງກຳ­ລັງ
3. ບຳ­ລຸງປອດ
4. ບຳ­ລຸງມ້າມ
5. ບຳລຸງຕັບ

6. ຂັບຍ່ຽວ
7. ຫລໍ່ລື່ນ ກະ­ເພາະອາ­ຫານ ແລະ ລຳໄສ້
8. ແກ້ບັນ­ຫາທາງເດີນຫາຍ­ໃຈ
9. ແກ້ໂລກຂໍ້ກະ­ດູກ
10. ແກ້ອາການມືນຊາ

11. ແກ້ຮ້ອນໃນ ຢາກນ້ຳ
12. ຊ່ວຍຫລຸດການເກີດມະເຮັງ ເພາະມີສານຄອກຊີໂນໄລດ໌ ທີ່ມີສັບ­ພະຄຸນໃນການຢຸດຢັ້ງການເກີດເນື້ອງອກຊະ­ນິດຕ່າງໆໄດ້.
ທັງນີ້ຍັງຈະເຫັນໄດ້ວ່າ: ຫມາກ­ເດືອຍມີຄຸນ­ຄ່າທາງສານອາ­ຫານສູງ ໂດຍສະ­ເພາະແມ່ນທາດຟົດສະຟໍ ເຊິ່ງມີສັບ­ພະຄຸນຊ່ວຍບຳ­ລຸງກະ­ດູກທີ່ມີປະ­ລິ­ມານສູງ ແລະ ມີວິ­ຕາ­ມິນເອ ທີ່ຊ່ວຍບຳ­ລຸງສາຍ­ຕາ ດ້ວຍສັບ­ພະຄຸນ ແລະ ປະ­ໂຫຍດທີ່ຫລວງ­ຫລາຍເກີນຂະ­ຫນາດຂອງເມັດນ້ອຍໆນັ້ນ ມັນຈິ່ງໄດ້ເຮັດໃຫ້ຊາວຈີນຕ່າງກໍ່ຍົກ­ຍ້ອງຫມາກ­ເດືອຍໃຫ້ເປັນຢາ ອະນຸວັດ­ທະ­ນະອີກຊະ­ນິດຫນຶ່ງໃນສັງ­ຄົມຂອງ ສປ ຈີນ ອີກດ້ວຍ.

04/02/2019

ປະໂຫຍດ ແລະ ໂທດຂອງຜັກຂະ ທີ່ຄວນຮູ້ໄວ້!!

ປະ­ໂຫຍດ​ຂອງ​ຜັກ​ຂະ​ແມ່ນ​ມີ​ຢ່າງ​ຫຼວງ­ຫຼາຍເປັນ­ຕົ້ນ​ແມ່ນ​ຊ່ວຍ​ຕໍ່­ຕ້ານ​ອະ­ນຸ​ມູນ​ອິດ­ສະ­ຫຼະ ເນື່ອງຈາກ​ມີ​ວິ­ຕາ­ມິນ​ເອ​ສູງ​ຊ່ວຍ​ຫຼຸດ​ຄວາມ​ຮ້ອນ​ໃນ​ຮ່າງກາຍ­ເປັນ​ຢາ​ອາ­ຍຸ­ວັດ­ທະ­ນະ​ ຊ່ວຍ​ໃນ​ການ​ຂັບ​ຖ່າຍປ້ອງ​ກັນ​ໂລກ​ທ້ອງ​ອືດ, ຍື່ງ​ທ້ອງ, ເຈັບ­ທ້ອງ ແລະ ຊ່ວຍ​ຂັບ​ລົມ​ໃນ​ລຳ​ໄສ້ (ນຳ​ແກ່ນ​ຂອງ​ຜັກ​ຂະ​ມາ​ຝົນ ໃນ​ນ້ຳ​ສະ­ອາດ 1 ຈອກ​ດື່ມ​ເມື່ອ​ມີ​ອາ­ການ), ຊ່ວຍ​ບຳ ລຸງ​ເສັ້ນ​ເອັນ, ແກ້​ອາ­ການ​ອັກ­ເສບ​ເປັນ​ຜື່ນ​ແດງ​ຟື້ນ

ຜົມ​ແຫ້ງ​ເສຍ​ແຕກ​ປາຍ​ດ້ວຍ​ສູດ​ນ້ຳ​ຜັກ​ຂະ​ພຽງ​ແຕ່ ນຳ​ໃບ​ຜັກ​ຂະ​ປະ­ມານ 1 ກຳ­ມື​ມາ​ຕົ້ມ​ກັບ​ນ້ຳ 3 ຖ້ວຍ ກາງ​ຈົນ​ໄດ້​ນ້ຳ​ເຂັ້ມ​ຂຸ້ນ​ແລ້ວ​ຕອງ​ເອົາ​ແຕ່​ນ້ຳ ເມື່ອ ສະ​ຜົມ​ແລ້ວ​ກໍ​ນຳ​ຜ້າ​ຂົນ­ໜູ​ຈຸບ​ນ້ຳ​ຜັກ​ຂະ​ທີ່​ກຽມ​ໄວ້ ບິດ​ພໍ​ໝາດໆ​ນຳ​ມາ​ເຊັດ​ຜົມ​ໃຫ້​ທົ່ວ​ແລ້ວ​ປະ​ໄວ້​ປະມານ 10 ນາ­ທີ ຈິ່ງ​ລ້າງ​ອອກ​ຈະ​ຊ່ວຍ​ເຮັດ​ໃຫ້​ຜົມ​ທີ່ ແຫ້ງ​ກັບ​ມາ​ມີ​ຊີ­ວິດ​ຊີ­ວາ​ອີກ​ຄັ້ງ ທີ່​ສຳ­ຄັນ​ສາ­ມາດ​ນຳ​ມາ ເຮັດ​ເປັນ​ເມ​ນູ​ອາ­ຫານ​ຕ່າງໆ​ນາໆໄດ້​ຢ່າງ​ຫຼວງ­ຫຼາຍ.

ນອກ­ຈາກ​ປະ­ໂຫຍດ​ທີ່​ກ່າວ ມາ​ນັ້ນ­ແລ້ວ​ຜັກ​ຂະ​ກໍ​ໃຫ້​ໂທດ​ບໍ່​ແພ້ ກັນ​ເປັນ­ຕົ້ນ​ແມ່ນ​ແມ່­ຍິງ​ອອກ­ລູກ ໃໝ່ ຫຼື ລູກ​ຍັງ​ນ້ອຍ​ຢູ່​ບໍ່​ຄວນ​ຮັບ ປະ­ທານ​ຜັກ​ຂະ​ເດັດ­ຂາດ​ເພາະ ຈະ​ເຮັດ​ໃຫ້​ນ້ຳ​ນົມ​ແມ່​ແຫ້ງ ແລະ ຈະ​ເຮັດ​ໃຫ້​ແພ້​ກິ່ນ​ຢ່າງ​ແຮງ ດັ່ງນັ້ນ​ຄວນ​ຢູ່​ໄກໆ, ບໍ່​ຄວນ​ຮັບ​ປະ­ທານຜັກ​ຂະ​ໃນ​ຍາມ​ຝົນ​ເພາະ​ຈະ​ມີ​ກິ່ນ​ເໝັນ​ແຮງ, ມີ​ລົດ ຊາດ​ທີ່​ສົ້ມ​ບາງ​ຄັ້ງ​ອາດ​ເຮັດ​ໃຫ້​ຖອກ­ທ້ອງ​ໄດ້ (ຄວນກິນ​ໃນ​ລະ­ດູ​ຮ້ອນ​ຈະ​ດີ​ກວ່າ), ຜັກ​ຂະ​ມີ​ສານ​ພິວ​ຣີນ ໃນ​ລະ­ດັບ​ປານ​ກາງ​ເຖິງ​ລະ­ດັບ​ສູງ​ຜູ້​ປ່ວຍ​ໂລກ​ຂໍ້ ຕ່າງໆ​ສາ­ມາດ​ຮັບ​ປະ­ທານ​ໄດ້​ແຕ່​ຕ້ອງ​ຮັບ​ປະ­ທານ ໃນ​ປະ­ລິ­ມານ​ທີ່​ຈຳ­ກັດ ຫາກ​ເປັນ​ຫຼາຍ​ບໍ່​ຄວນ​ຮັບ​ປະ ທານ​ເລີຍ ເພາະ​ຈະ​ເຮັດ​ໃຫ້​ປວດ​ກະ­ດູກ​ໄດ້, ໃນ​ຜັກ ຂະ​ມີ​ສານ​ທີ່​ເຮັດ​ໃຫ້​ກໍ່​ເຊື້ອ​ໂລກ​ໄດ້​ຄື: ເຊື້ອ​ຊາ​ລ​ໂມເນ​ລ​ລາ (Salmonella)

ຊຶ່ງ​ເປັນ​ເຊື້ອ​ທີ່​ສາ­ມາດ​ພົບ ໄດ້​ທົ່ວ​ໄປ​ໃນ​ສະ­ພາບ​ແວດ​ລ້ອມ​ເມື່ອ​ເຮົາ​ນຳ​ມາ​ປະ ກອບ​ອາ­ຫານ​ໂດຍ​ທີ່​ບໍ່​ລ້າງ​ຫຼາຍໆ​ຄັ້ງ ຫຼື ບໍ່​ນຳ​ມາ​ປຸງ ໃຫ້​ສຸກ​ກ່ອນ​ຮັບ​ປະ­ທານ​ອາດ​ມີ​ຄວາມ​ສ່ຽງ​ທີ່​ຈະ​ໄດ້ ຮັບ ເຊື້ອ​ຊະ­ນິດ​ນີ້​ໄດ້ ໂດຍ​ຜູ້​ທີ່​ໄດ້​ຮັບ​ເຊື້ອ​ຊະ­ນິດ​ນີ້​ອາດ ຈະ​ມີ​ອາ­ການ​ຖອກ­ທ້ອງ, ເຈັບ­ທ້ອງ­ຖ່າຍ​ເຫຼວ​ເປັນ​ນ້ຳ ສີ­ຂຽວ ຫຼື ຖ່າຍ​ເປັນ​ມູກ​ມີ​ເລືອດ, ມີ​ໄຂ້​ເປັນ­ຕົ້ນ.

Want your business to be the top-listed Beauty Salon in Vientiane?
Click here to claim your Sponsored Listing.

Website

Address

Vientiane